ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານການແພດກອງທັບ ອວຍພອນກົມໃຫຍ່ການເມືອງກອງທັບ


     ວັນທີ 29 ມັງກອນ 2024 ນີ້, ວິທະຍາຄານການແພດກອງທັບ ນໍາພາໂດຍ ສະຫາຍ ພົນຈັດຕະວາ ສຸລິວົງ ລັດວິໄລ ຄະນະປະຈຳພັກ
ເລຂາຄະນະພັກ ຫົວໜ້າການເມືອງ ວິທະຍາຄານການແພດກອງທັບ ພ້ອມດ້ວຍຄະນະໄດ້ນຳເອົາກະຕ່າຂອງຂວັນ ແລະ ກະຕ່າດອກໄມ້ເຂົ້າ
ອວຍພອນກົມໃຫຍ່ການເມືອງກອງທັບ ເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ.

     ໂດຍໃຫ້ກຽດການຕ້ອນຮັບຂອງ ສະຫາຍ ພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕິກະຊວງປ້ອງກັນປະເທດ
ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະໄດ້ກ້າວສະແດງຄວາມຂອບໃຈມາຍັງ ຄະນະພັກ-ຄະນະບັນຊາ ວິທະຍາຄານການແພດ
ກອງທັບທີ່ເຂົ້າມາອວຍພອນ ແລະ ສະຫາຍ ກໍໄດ້ຝາກຄວາມຢ້ຽມຢາມ ຖາມຂ່າວວຽກງານການນໍາພາ, ວຽກງານຂະບວນການດ້ານຕ່າງໆ
ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດຕາມສິດໜ້າທີ່ພາລະບົດບາດຂອງພະ
ນັກງານ-ນັກຮົບ ແລະ ໃຫ້ສໍາເລັດໜ້າທີ່ອວຍພອນມາຍັງພະນັກງານ-ນັກຮົບວິທະຍາຄານການແພດກອງທັບ ອວຍພອນໄຊ ຈົ່ງມີສຸຂະພາບ
ເຂັ້ມແຂງ, ມີພາລະນາໄມສົມບູນ ພ້ອມກັນເຮັດສໍາເລັດທຸກພາລະໜ້າທີ່ ອັນມີກຽດສະຫງ່າທີ່ພັກ ແລະ ລັດ ມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ຊ້ຽມ
ວັນທີ 02/02/2024